ເສັ້ນທາງ 5 ປີກັບການກ້າວໄປຂອງເຄື່ອງຫມາຍການຄ້າໂຕ P ໃນປະເທດລາວ

 08:27 AM @ Tuesday - 01 November, 2016

ວັນທີ່ 01/10/2011. ບໍລິສັດເປໂທຣລີແມ໋ກ(ລາວ)ຈຳກັດຜູ້ດຽວໄດ້ເລີ່ມດໍາເນີນທຸລະກິດຢ່າງເປັນທາງການດ້ວຍທຶນ 100% ຈາກບໍລິສັດນໍ້າມັນເຊື້ອໄຟແຫ່ງຊາດຫວຽດນາມຫຼືຕໍ່ມາປ່ຽນຊື່ເປັນບໍລິສັດນໍ້າມັນເຊື້ອໄຟແຫ່ງຊາດຫວຽດນາມມະຫາຊົນ. ຫຼັງຈາກ 5 ປີທີ່ດໍາເນີນການເປໂທຣລີແມ໋ກ(ລາວ)ໄດ້ຄ່ອຍໆສ້າງພາບລັກຂອງເຄື່ອງໝາຍການຄ້າຂື້ນ ສະແດງອອກດ້ວຍຍອດຂາຍຢູ່ໃນອັນດັບ 4 ຂອງ 22 ບໍລິສັດນໍ້າມັນເຊື້ອໄຟຢູ່ໃນປະເທດລາວ.

ການພັດທະນາທີ່ເຫັນໄດ້ຢ່າງຊັດເຈນ

ຫຼັງຈາກທີ່ຊື້ກິດຈະການຕໍ່ຈາກກິດຈະການຊື່ດັງໜຶ່ງຂອງປະເທດອາເມລິກາ ວັນທີ່ 17 ເດືອນ 7 ປີ 2011

ບໍລິສັດນໍ້າມັນເຊື້ອໄຟແຫ່ງຊາດຫວຽດນາມມະຫາຊົນໄດ້ອອກຂໍ້ຕົກລົງເລກທີ່: 288/XD-QĐ-HĐQT ສ້າງຕັ້ງບໍລສັດເປໂທຣລີແມ໋ກລາວ.

ຫຼັງຈາກທີ່ໄດ້ຮັບມອບກິດຈະການແລ້ວ, ເປໂທຣລີແມ໋ກລາວກໍໄດ້ເລີ່ມລົງມືປ່ຽນລະບົບເຄື່ອງໝາຍການຄ້າທັງໝົດທັນທີເຊັ່ນ: ເຄື່ອງໝາຍການຄ້າຢູ່ທີ່ສາງນໍ້າມັນ, ປໍ້າຕົວແທນຈໍາໜ່າຍ, ຕົວແທນຈໍາໜ່າຍຂາຍຍົກ...ໃຫ້ເປັນໄປຕາມສັນຍາທີ່ໄດລະບຸວ່າຖ້າໃນ 6 ເດືອນຫຼັງຈາກເຊັນສັນຍາແລ້ວຫາກຍັງບໍ່ມີການປ່ຽນເຄື່ອງໝາຍການຄ້າທັງໝົດຈະຕ້ອງຖືກປັບໃໝຫຼາຍພັນໂດລາ/ຕໍ່ມື້.

ຍ້ອນໄດ້ຮັບການຊ່ວຍເຫຼືອຈາກບໍລິສັດແມ່, ເປໂທຣລີແມ໋ກລາວໄດ້ສໍາເລັດວຽກງານທີ່ຖືກມອບຫມາຍທັງຫລາຍນີ້ທັນເວລາ, ໜ້າຕາແລະພາບລັກໃໝ່ຂອງເຄື່ອງໝາຍການຄ້າມາຈາກຫວຽດນາມໄດ້ຄ່ອຍໆປະກົດອອກສູ່ສາຍຕາມະຫາຊົນໃນປະເທດລາວ

ຈາກນັ້ນ. ເປໂທຣລີແມ໋ກລາວເລີ່ມລົງມືປັບປຸງດ້ານບຸກຄະລະກອນບົນພື້ນຖານການຮັບປະກັນສິດທິຜົນປະໂຫຍດຂອງພະນັກງານ, ເມື່ອມີການເຄື່ອນໄຫວທາງດ້ານທຸລະກິດນັບມື້ນັບຂະຫຍາຍຕົວຂື້ນ ເຮັດໃຫ້ຄວາມຕ້ອງການພະນັກງານກໍ່ນັບມື້ນັບຫຼາຍຂື້ນທາງດ້ານຈໍານວນ, ລະດັບວິຊາການ, ເພື່ອມາສະຫນອງຕໍ່ການເຄື່ອນໄຫວທີ່ເຕີບໂຕ, ເບື້ອງຕົ້ນການເຄື່ອນໄຫວທຸລະກິດຍອດຂາຍຕອນທີ່ມີການປ່ຽນກິດຈະການນັ້ນມີພຽງ 20,000 ມ3/ປີເທົ່ານັ້ນ. ມາຮອດປະຈຸບັນນີ້ໄດ້ບັນລຸເພີ່ມຂື້ນເຖິງ 400%.

ດ້ວຍລະບົບທີ່ໄດ້ຮັບມາຕໍ່ນັ້ນເປັນລະບົບພື້ນຖານໂຄງລ່າງທີ່ເກົ່າ, ເປໂທຣລີແມ໋ກລາວກໍ່ໄດ້ຮີບຮ້ອນລົງທຶນ ປັບປຸງລະບົບສາງນໍ້າມັນ ແລະ ປໍ້ານໍ້າມັນທີ່ບໍລິສັດຄຸ້ມຄອງເອງ.

ກາຍເປັນ top 4

ຄັດເລືອກເອົາພະນັກງານພ້ອມທີ່ຈະເຮັດວຽກດົນນານ, ປະຕິບັດດ້ານນະໂຍບາຍກັບພະນັກງານ,ໃຫ້ເງິນລາງວັນຢ່າງເປັນປະຈໍາເພື່ອຮັບປະກັນດ້ານວຽກເຮັດງານທໍາ,ພ້ອມກັບການເພີ່ມລາຍໄດ້ພະນັກງານຂື້ນເທື່ອລະກ້າວນີ້ແມ່ນວຽກທີ່ສໍາຄັນທີ່ຖືກຕັ້ງເປັນບັນຫາສໍາຄັນທີ່ສຸດຂອງເປໂທຣລີແມ໋ກລາວເພື່ອການພັດທະນາທີ່ຍືນຍົງ.

ໃນຄະນະດຽວກັນນັ້ນ. ເປໂທຣລີແມ໋ກລາວໄດ້ສຸມໃສ່ພັດທະນາທາງດ້ານປໍ້າຂາຍຍ່ອຍຂອງບໍລິສັດເອງຕາມມາດຕະຖານການອອກແບບຂອງເຄື່ອງໝາຍການຄ້າ Petrolimex , ປີ 2011 ເປໂທຣລີແມ໋ກລາວ ຍັງບໍ່ທັນມີປໍ້າຂາຍຍ່ອຍທີ່ຂື້ນກັບບໍລິສັດ, ປີ 2012 ມີປໍ້າຂອງບໍລິສັດ 04 ປໍ້າ, ປີ 2013 ມີ 08 ປໍ້າ, ປີ 2014 ມີ 12 ປໍ້າ, ປີ 2015 ມີ 17 ປໍ້າ ແລະ ປະຈຸບັນນີ້ມີ 18 ປໍ້າ . ລະບົບປໍ້າຂາຍຍ່ອຍຂອງບໍລິສັດໄດ້ນໍາມາສູ່ບໍລິສັດຍອດຂາຍທີ່ສະໝໍ່າສະເໝີປະມານ, 30,000 ມ3/ປີ.

ນອກຈາກນັ້ນ. ເປໂທຣລີແມ໋ກລາວກໍໄດ້ສຸມໃສ່ລົງທຶນ, ຂະຫຍາຍບັນດາການຂາຍຍົກໂດຍກົງ,ຕົວແທນຈໍາໜ່າຍ...

5 ປີທີ່ດໍາເນີນທຸລະກິດໃນປະເທດລາວ, ເປໂທຣລີແມ໋ກລາວຍາມໃດກໍ່ປະຕິບັດຖືກຕ້ອງຕາມກົດລະບຽບລາຄາຂາຍຂອງລັດຖະບານ.

  • ຍອດຂາຍປີ 2015 ເປໂທຣລີແມ໋ກລາວບັນລຸໄດ້ 120,000 ມ3, ກວມ 11% ຂອງຕະຫຼາດນໍ້າມັນ, ຢູ່ອັນດັບທີ່ 04 ຂອງທັງໝົດ 22 ທຸລະກິດນໍ້າມັນໃນປະເທດລາວ. ສະມາຄົມເຊື້ອໄຟລາວກໍ່ຄືບັນດາອົງກອນຄຸ້ມຄອງນໍ້າມັນເຊື້ອໄຟກໍ່ຍົກໃຫ້ເປໂທຣລີແມ໋ກເປັນອັນດັບ 02 ທາງດ້າຄຸນນະພາບແລະການບໍລິການລູກຄ້າ
  • ລາຍຮັບແຕ່ 80 – 100 ລ້ານໂດລາ.
  • ມອບເຂົ້າງົບປະມານແຫ່ງລັດເຖິງ 35 ລ້ານໂດລາ ຫຼື ປະມານ 280 ລ້ານຕື້ກີບ.
  • ກໍາໄລຄິດສະເລ່ຍ 5 ແສນໂດລາ/ປີ ຫຼື ປະມານ 4 ຕື້ກີບ ຫຼື 10 ຕື້ ຫວຽດນາມດົງ.
  • ນອກຈາກນີ້ບໍລິສັດເປໂທຣລີແມ໋ກ(ລາວ)ຈໍາກັດຜູ້ດຽວກໍໄດ້ດໍາເນີນທຸລະກິດທາງດ້ານຢາງປູທາງ,ນໍ້າມັນເຄື່ອງຈາກບໍລິສັດໃນເຄື່ອຄ່າຍ Petrolimex (PLC) ສ່ວນຜົນປະກອບການນັ້ນແມ່ນໄດ້ຮັບຜົນດີ.
  • ດ້ວຍຄວາມຕັດສິນໄຈສູງ, ມີຈັນຍາບັນ,ມີຄວາມຮັບຜິດຊອບກັບຄໍາທີ່ວ່າ “ ຊ່ອຍທ່ານໄປໄດ້ໄກກວ່າ ‘’ ຂອງ 200 ພະນັກງານ ໃນນັ້ນ 80% ແມ່ນເປັນຄົນລາວກໍາລັງອອກເຫື່ອເທແຮງພະລິດການບໍລິການທີ່ມີຄຸນນະພາບທີ່ດີ່ທີ່ສຸດມາສູ່ຜູ້ຊົມໃຊ້, ບໍລິສັດເປໂທຣລີແມ໋ກ(ລາວ)ປະສົບຜົນສໍາເລັດເປັນການປະກອບສ່ວນເຂົ້າໃນການເຂົ້າສູ່ເສດຖະກິດສາກົນ,ເສີມຂະຫຍາຍສາຍສໍາພັນພິເສດສອງປະເທດ.

Nguồn:  ວູ ງ໋ອກ ຕູ  -  ຮອງອໍານວຍການບໍລິສັດເປໂທຣລີແມ໋ກ(ລາວ)ຈໍາກັດຜູ້ດຽວ
ໃນປະເທດລາວ